ອາການຖອກທ້ອງ ອາດເກີດຈາກ ໄວຣັສໂຣຕ້າ
ໄວຣັສໂຣຕ້າ ເປັນເຊື້ອໄວຣັສຊະນິດໜື່ງທີ່ມີຫຼາຍສາຍພັນເມື່ອເຊື້ອໂຣຕ້າເຂົ້າໄປໃນລະບົບທາງເດີນອາຫານພຽງແຕ່ເລັກນ້ອຍກໍ່ເຮັດໃຫ້ເກີດອາການຖອກທ້ອງຮຸນແຮງກວ່າເດັກເຖີງຂະໜາດທີ່ຕ້ອງເຂົ້າຮັບການປິ່ນປົວທີ່ໂຮງໝໍ ແລະ ສາມາດເກີດຂື້ນໄດ້ກັບທຸກເພດທຸກໄວ ນອກຈາກນີ້ໄວຣັສໂຣຕ້າຍັງທົນຕໍ່ສະພາບແວດລ້ອມໄດ້ນານຫຼາຍຊົ່ວໂມງຈື່ງເຮັດໃຫ້ເກີດການລະບາດຢ່າງໄວ.
ອາການທີ່ພົບ: 1 ຮາກ, 2 ຖອກທ້ອງ ຖ່າຍແຫຼວເປັນນໍ້າ/ 3 ມີໄຂ້/ 4 ຊັກໄຂ້ສູງ ໄວຣັສໂຣ
ຕ້າອາດເຮັດໃຫ້ເກີດອາການຖອກທ້ອງ ແລະ ຮາກຢ່າງໜັກຈົນເກີດພາວະຂາດນໍ້າຮຸນແຮງເຖີງຂັ້ນຊ໋ອກ ຫຼື ເສຍຊີວິດໄດ້ ຈື່ງຄວນສັງເກດອາການຂາດນໍ້າທີ່ເປັນສັນຍານເຕືອນວ່າຕ້ອງຮີບໄປພົບແພດໂດຍໄວໄດ້ແກ່: ຢາກນໍ້າ, ປາກແຫ້ງ, ກະວົນກະວາຍ, ຕາກົນ, ຂະໝ່ອມຫຼຸບ ເປັນຕົ້ນ.
ປ້ອງກັນລູກນ້ອຍໃຫ້ຫ່ງກາຍຈາກໄວຣັສໂຣຕ້າ Advances medical center ມີບໍລິການສັກ

