ເຈັບປະຈຳເດືອນແບບໃດທີ່ຕ້ອງມາພົບແພດ
1.ຄີມກັນແດດທາໃຫ້ໄດ້ 6 ເດືອນຂື້ນໄປ
ຄີມກັນແດດທີ່ໃຊ້ກັບເດັກ ຄວນເປັນຄີມກັນແດດສຳລັບເດັກໂດຍສະເພາະເພື່ອບໍ່ໃຫ້ລູກໄດ້ຮັບສານປົນເປື້ອນທີ່ເປັນອັນຕະລາຍ ຄວນເລືອກຄີມກັນແດດຊະນິດຄ່າ SPF30 ຂື້ນໄປ ນອກຈາກນີ້ຫາກຄີມກັນແດດເປັນຊະນິດກັນນໍ້າຈະເພີ່ມປະສິດທິພາບໃນການກັນແດດຫຼາຍຂື້ນ
2. ຄີມກັນແດດທາໃຫ້ໄດ້ 6 ເດືອນຂື້ນໄປ
ຄວນເລີ່ມທາໃຫ້ກັບເດັກອາຍຸ 6 ເດືອນຂື້ນໄປ ຖ້າອາຍຸຕໍ່າກວ່າ 6 ເດືອນ ຍັງບໍ່ແນະນຳໃຫ້ໃຊ້ ເນື່ອງຈາກຜິວຂອງເດັກຍັງບາງ ອາດເກີດການແພ້ ລະຄາຍເຄື່ອງ ແລະ ມີການດູດຊືມສານເຄມີເຂົ້າສູ່ຜິວໄດ້
3.ເດັກອາຍຸນ້ອຍກວ່າ 6 ເດືອນຢ່າຕາກແດດ
ໃນເດັກອາຍຸນ້ອຍກວ່າ 6 ເດືອນ ວິທີກັນແດດທີ່ປ້ອງກັນຜິວຈາກແສງແດດໄດ້ດີທີ່ສຸດຄື ຫຼີກລ້ຽງການຕາກແດດໂດຍສະເພາະຊ່ວງເວລາທີ່ແດດແຮງຄື 10:00-16:00ໂມງ ຫຼື ຖ້າຈຳເປັນຕ້ອງອອກໄປເຮັດກິດຈະກຳທີ່ຖືກແດດ ຄວນໃສ່ເສືອຜ້າໃຫ້ປົກປິດເຊັ່ນ: ເສືອແຂນຍາວ, ໂສ້ງຂາຍາວ, ໝວກເປີດກ້ວາງ, ແວ່ນຕາກັນແດດ ແລະ ຄັນຮົ່ມ
4.Physical Sunscreen ປ້ອງກັນບໍ່ທຳລາຍຜິວເດັກ
ໃນເດັກອາຍຸຫລາຍກວ່າ 6 ເດືອນ ສາມາດໃຊ້ຄີມກັນແດດທີ່ເຮັດຈາກສານປະເພດ Physical Sunscreen ເຮັດໜ້າທີ່ສະທ້ອນລັງສີ UV ອອກຈາກຜິວໜັງທັນທີສ່ວນປະສົມຂອງສານ Physical Sunscreen ນີ້ບໍ່ດູດຊຶມເຂົ້າສູ່ຜິວໜັງ ແລະ ປອດໄພສຳລັບເດັກຜູ້ປົກຄອງສັງເກດເບີ່ງສ່ວນປະກອບຈະມີ Oxide ແລະ Titanium Zinc Dioxide ເປັນຫຼັກ ເນື່ອງຈາກແຕ່ລະຜະລິດຕະພັນໃນທ້ອງຕະຫຼາດມີສ່ວນປະສົມທີ່ແຕກຕ່າງກັນ ແນະນຳໃຫ້ອ່ານທຸກຄັ້ງກ່ອນໃຊ້